ເຂົ້າສູ່ລະບົບ

ພາຍຫຼັງເຂົ້າສູ່ລະບົບເກັບຂໍ້ມູນແລ້ວທ່ານສາມາດ:


• ກຽມໃບຄໍາຮ້ອງສະໝັກຂອງທ່ານ (ທສທ ແລະ BDS)
• ຍືນເອກະສານປະກອບ
• ກວດເບິ່ງສະຖານະໃບສະໝັກ
• ອັບເດດຄວາມຄືບໜ້າໃນການຈັດຕັ້ງປະຕິບັດທຶນ
• ຮ້ອງຂໍຈ່າຍເງິນທົດແທນຄືນ


ຫາກທ່ານບໍ່ພໍໃຈຕໍ່ການບໍລິການຂອງທີມງານ ທສທ II ຕໍ່ກັບການສະໝັກຂໍທຶນສົມທົບ, ທ່ານສາມາດຂໍພົບ ແລະ ແຈ້ງຕໍ່ຮອງຫົວໜ້າ ຫຼື ຫົວໜ້າໂຄງການ ທສທ II ໄດ້. ລາຍລະອຽດຊ່ອງທາງການຕິດຕໍ່ແມ່ນໄດ້ລະບຸໄວ້ໃນໜ້າ ຕິດຕໍ່ ພວກເຮົາ ຂອງເວັບໄຊນີ້້.

ຫາກການພົບກັບຮອງຫົວໜ້າ ຫຼື ຫົວໜ້າ ໂຄງການ ທສທ II ຍັງບໍ່ນໍາໄປສູ່ການແກ້ໄຂທີ່ທ່ານເພິ່ງພໍໃຈ, ທ່ານສາມາດສົ່ງຈົດໝາຍ ຫຼື ອີ່ເມວເຖິງ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ກ່ຽວກັບບັນຫາດັ່ງກ່າວ. ລາຍລະອຽດຊ່ອງທາງການຕິດຕໍ່ຕາມລະບຸໄວ້ຂ້າງລຸ່ມນີ້:

ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ
ກົມແຜນການ ແລະ ການຮ່ວມມື
ກະຊວງອຸດສາຫະກຳ ແລະ ການຄ້າ
ຖະໜົນໂພນໄຊ, ຕູ້ໄປສະນີ 4107
ນະຄອນຫຼວງວຽງຈັນ
ໂທ 021 413916
ອີ່ເມວ: [email protected]
ເວັບໄຊ: http://www.t4dlaos.org