ວິທີການເຮັດວຽກຂອງພວກເຮົາ

ວິດີໂອແນະນໍາຂັ້ນຕອນການລົງທະບຽນ ແລະ ຂຽນຟອມສະໝັກຂໍທຶນສົມທົບ BAF II

ຂັ້ນຕອນທີ 1:

ພາຍຫຼັງການລົງທະບຽນ ແລະ ຍື່ນຄໍາຮ້ອງສະໝັກ ຜ່ານທາງເວັບໄຊຂອງພວກເຮົາແລ້ວ, ທີ່ປຶກສາດ້ານທຸລະກິດຂອງພວກເຮົາຈະຕິດຕໍ່ກັບເພື່ອນັດພົບທ່ານ. ຈຸດປະສົງຂອງການນັດພົບຄັ້ງທໍາອິດນີ້ ແມ່ນເພື່ອປະເມີນວ່າ ທສທ II ຈະສາມາດໃຫ້ການຊ່ວຍເຫຼືອທ່ານໄດ້ ຫຼື ບໍ່. ຖ້າພວກເຮົາສາມາດຊ່ວຍເຫຼືອທ່ານໄດ້, ພວກເຮົາກໍຈະດຳເນີນຂັ້ນຕອນຕໍ່ໄປ.


ຂັ້ນຕອນທີ 2:

ກໍລະນີທີ່ຕ້ອງການ, ທີ່ປຶກສາດ້ານທຸລະກິດ ຈະຊ່ວຍທ່ານການກະກຽມແຜນຂະຫຍາຍທຸລະກິດຂັ້ນພື້ນຖານໂດຍການນໍາໃຊ້ ເຄື່ອງມືທີ່ເອີ້ນວ່າ SWOT ເພື່ອການວິເຄາະ ບໍລິສັດຂອງທ່ານ. ອີງຕາມການວິເຄາະດັ່ງກ່າວ ກໍຈະສາມາດກຳນົດໄດ້ວ່າ ບໍລິສັດຂອງທ່ານ ຈະໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອທາງດ້ານວິຊາການສະເພາະດ້ານນີ້ ຫຼື ບໍ່. (ຖ້າຫາກບໍລິສັດຂອງທ່ານມີແຜນຂະຫຍາຍທຸລະກິດທີ່ດີ ແລະ ຮູ້ວ່າຕ້ອງການຄວາມຊ່ວຍເຫຼືອທາງດ້ານວິຊາການດ້ານໃດຢູ່ແລ້ວ, ກໍ່ອາດສາມາດຂ້າມຂັ້ນຕອນນີ້ໄດ້).


ຂັ້ນຕອນທີ 3:

ຖ້າທ່ານຕ້ອງການ, ທີ່ປຶກສາດ້ານທຸລະກິດ ສາມາດຊ່ວຍທ່ານຊອກຫາຜູ້ສະໜອງການບໍລິການທາງດ້ານວິຊາການທີ່ຈໍາເປັນສໍາລັບທຸລະກິດທ່ານໄດ້ ແລະ ຂໍຂໍ້ມູນກ່ຽວກັບລາຄາສຳລັບການບໍລິການດັ່ງກ່າວ ແລະ ຊ່ວຍຮັບປະກັນວ່າລາຄາທີ່ຜູ້ສະໜອງສະເໜີມາແມ່ນລາຄາທີ່ເໝາະສົມຕາມອັດຕາໃນທ້ອງຕະຫຼາດ. ຫາກທ່ານບໍ່ສາມາດຊອກຊ່ຽວຊານທາງດ້ານວິຊາການທີ່ຕ້ອງ ການໃນ ສປປ ລາວໄດ້, ທສທ II ຍິນດີສະໜັບສະໜູນ ໃຫ້ທ່ານໃຊ້ບໍລິການຂອງ ຜູ້ສະໜອງການບໍລິການຈາກຕ່າງປະເທດ ເຊັ່ນ: ໄທ, ຫວຽດນາມ ຫຼື ສິງກະໂປ.


ຂັ້ນຕອນທີ 4:

ກໍລະນີ ບໍລິສັດຂອງທ່ານ ແລະ ທສທ II ຕົກລົງເຫັນດີທີ່ຈະສືບຕໍ່, ແຜນດຳເນີນກິດຈະກຳຈະຕ້ອງໄດ້ຜ່ານການຕົກລົງເຫັນດີລະຫວ່າງ ທັງສອງຝ່າຍ ເສຍກ່ອນ, ຈາກນັ້ນຈະເປັນຂັ້ນຕອນການກະກຽມສັນຍາ (ທີ່ມີຂໍ້ຜູກມັດທາງກົດໝາຍ) ເແລ້ວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອຂໍການອະນຸມັດ. ໃນສັນຍາດັ່ງກ່າວຈະປະກອບດ້ວຍຂໍ້ກຳນົດ ແລະ ເງື່ອນໄຂ ຂອງການໃຫ້ທຶນຂອງ ທສທ II.


ຂັ້ນຕອນທີ 5:

ພາຍຫຼັງການອານຸມັດ, ແຜນການດໍາເນີນກິດຈະກໍາຈະຕ້ອງຖືກຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສັນຍາທີ່ເຮັດຂຶ້ນ. ຖ້າຈໍາເປັນ, ທີ່ປຶກສາດ້ານທຸລະກິດ ຈະຕິດຕາມຄວາມຄືບໜ້າ ແລະ ເຮັດໜ້າທີ່ເປັນຈຸດປະສານງານ ໃນກໍລະນີມີປັນຫາເກີດຂື້ນໃນໄລຍະການຈັດຕັ້ງປະຕິບັດ.


ຂັ້ນຕອນທີ 6:

ພາຍຫຼັງກິດຈະກຳຕາມແຜນທີ່ຖືກອານຸມັດ ສໍາເລັດລົງ, ທສທ II ຈະມີການກວດສອບຄືນວ່າ ວຽກງານທີ່ສໍາເລັດໄປເເລ້ວນັ້ນ ສອດຄ່ອງກັບສັນຍາ ຫຼື ບໍ ແລະ ເອກະສານຫຼັກຖານທັງໝົດກ່ຽວກັບຄ່າໃຊ້ຈ່າຍຖືກປະກອບຄົບຖ້ວນ. ຖ້າຫາກເຫັນວ່າຖືກຕ້ອງຄົບຖ້ວນແລ້ວ, ທສທ II ຈະດຳເນີນການຈ່າຍເງິນທົດແທນຄືນຕາມມູນຄ່າທຶນສົມທົບທີ່ກຳນົດໄວ້ໃນສັນຍາ ໃຫ້ກັບບໍລິສັດ.


ໝາຍເຫດ:
ທສທ II ຈະເບີກຈ່າຍທຶນສົມທົບກໍ່ຕໍ່ເມື່ອ ກິດຈະກຳທີ່ຕິດພັນກັບການຊ່ວຍເຫຼືອດ້ານວິຊາການ ຕາມແຜນທີ່ຖືກອານຸມັດ ໄດ້ຮັບການຢັ້ງຢືນວ່າສໍາເລັດ, ແລະ ທສທ II ຈະບໍ່ມີການເບີກຈ່າຍເງິນລ່ວງໜ້າ ຫຼື ຈ່າຍເປັນງວດໃຫ້ແກ່ບໍລິສັດ. ດັ່ງນັ້ນ ບໍລິສັດຕ້ອງມີຄວາມສາມາດໃນການຮັບຜິດຊໍາລະຄ່າໃຊ້ຈ່າຍເງິນສຳລັບດຳເນີນກິດຈະກຳຕາມແຜນທີ່ຖືກອານຸມັດທັງໝົດລ່ວງໜ້າ ກ່ອນທີ່ ທສທ II ຈະຈ່າຍເບີກເງິນທົດແທນຄືນ ຈໍານວນ 50% ຂອງຄ່າໃຊ້ຈ່າຍຕົວຈິງ.


ຖ້າຜູ້ໄດ້ຮັບທຶນບໍ່ພຶງພໍໃຈຕໍ່ການບໍລິການຂອງທີມງານ ທສທ II, ທ່ານສາມາດຂໍເຂົ້າພົບ ແລະ ແຈ້ງຕໍ່ ຮອງຫົວ ໜ້າທຶນສົມທົບ ທສທ II ໄດ້ທັນທີ. ເມື່ອທ່ານໄດ້ພົບ ແລະ ແຈ້ງຮອງຫົວໜ້າທຶນສົມທົບ ທສທ II ແລ້ວ, ແຕ່ເຫັນວ່າຍັງບໍ່ສາມາດແກ້ໄຂບັນຫາຂອງທ່ານໄດ້, ຜູ້ໄດ້ຮັບທຶນສາມາດຂໍເຂົ້າພົບ ຫຼື ແຈ້ງຕໍ່ຫົວໜ້າທຶນສົມທົບ ທສທ II. ຫຼັງຈາກການເຂົ້າພົບ ແລະ ການແຈ້ງດັ່ງກ່າວຍັງບໍ່ນໍາໄປສູ່ການໄກ່ເກ່ຍທີ່ຍອມຮັບໄດ້, ຜູ້ໄດ້ຮັບທຶນມີສິດສົ່ງຈົດໝາຍ ຫຼື ອີເມວເຖິງ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕາມລາຍລະອຽດດັ່ງລຸ່ມນີ້:

ທ່ານນາງ ລັດຕະນະພອນ ວົງສຸທິ
ຫົວໜ້າ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU)
ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ
ຖະໜົນ ໂພນໄຊ, ຕູ້ໄປສະນີ 4107, ນະຄອນຫຼວງວຽງຈັນ
ໂທ: 021 413916
Email: [email protected]; [email protected]