ຖາມຕອບ

1. ທສທ II ສາມາດໃຫ້ທຶນຊ່ວຍເຫຼືອແກ່ທຸລະກິດຂະແໜງການໃດແດ່?

ກະລຸນາເບິ່ງ ລາຍລະອຽດ ໃນໜ້າເງື່ອນໄຂທີ່ຈະໄດ້ຮັບທຶນ ຂອງເວັບໄຊ.


2. ທສທ II ໃຫ້ທຶນຊ່ວຍເຫຼືອສຳລັບກິດຈະກຳດ້ານໃດແດ່?

ຕົວຢ່າງຂອງການຊ່ວຍເຫຼືອທາງດ້ານວິຊາການ ທີ່ ທສທ II ໃຫ້ທຶນສົມທົບ ປະກອບລວມມີ (ແຕ່ບໍ່ຈໍາກັດ):
• ການສ້າງມາດຕະຖານດ້ານຄຸນນະພາບທີ່ຈໍາເປັນເພື່ອໃຫ້ເຂົ້າເຖິງແຫຼ່ງຕະຫຼາດໃໝ່ ຫຼື ດຶງດູດລູກຄ້າໃໝ່.
• ການສ້າງແນວທາງການບໍລິຫານແບບມີຍຸດທະສາດ ແລະ ວິຊາການ ທີ່ຕິດພັນກັບຂະແໜງການທຸລະກິດທີ່ທ່ານດຳເນີນຢູ່.
• ຍົກລະດັບລະບົບຂໍ້ມູນຂ່າວສານ ແລະ ລະບົບການເຮັດວຽກພາຍໃນຂອງບໍລິສັດ.
• ການປັບປຸງລະບົບການຜະລິດໃຫ້ມີປະສິດທິພາບ ແລະ ມີຄວາມອາດສາມາດໃນການແຂ່ງຂັນ.
• ການປັບປຸງ ຍີ່ຫໍ້ສິນຄ້າ (branding) ແລະ ການຕະຫຼາດ [1]
• ການສ້າງການເຊື່ອມໂຍງເຂົ້າເຖິງຕະຫຼາດ ແລະ ການສົ່ງເສີມການສົ່ງອອກທີ່ດີກວ່າເກົ່າ.
• ການພັດທະນາສິນຄ້າ ຫຼື ການບໍລິການ ເພື່ອຫຼຸດຜ່ອນຄວາມຈໍາເປັນໃນການນໍາເຂົ້າ.
• ການນໍາໃຊ້ແນວຄິດທີ່ເປັນນະວັດນະຕະກຳໃໝ່ເຂົ້າໃນການດຳເນີນທຸລະກິດ, ສິນຄ້າ ຫຼື ການບໍລິການ.
ຖ້າທ່ານບໍ່ແນ່ໃຈວ່າ ການຊ່ວຍເຫຼືອດ້ານວິຊາການທີ່ທ່ານຕ້ອງການຈະເໝາະສົມກັບເງື່ອນໄຂໃນການຂໍທຶນຫຼືບໍ່, ກະລຸນາຕິດຕໍ່ພວກເຮົາເພື່ອຂໍຄໍາແນະນໍາ.


3. ຂ້ອຍຈະສະໝັກທຶນ ທສທ II ໄດ້ແນວໃດ?

ບໍລິສັດຕ້ອງລົງທະບຽນໂດຍຜ່ານທາງເວັບໄຊຂອງພວກເຮົາ ແລະ ຍື່ນຄໍາຮ້ອງສະໝັກທີ່ປະກອບດ້ວຍຂໍ້ມູນທີ່ຄົບຖ້ວນ ພ້ອມທັງສະໜອງເອກະສານ ກ່ຽວກັບ ແຜນຂະຫຍາຍຕົວຂອງທຸລະກິດ, ງົບປະມານ/ມູນຄ່າ ແລະ ໃບສະເໜີລາຄາຈາກຜູ້ສະໜອງ. ກະລຸນາ ກົດບ່ອນນີ້ ເພື່ອປະກອບຄໍາຮ້ອງສະໝັກ.


4. ຄໍາຮ້ອງສະໝັກ ມີຄ່າທໍານຽມບໍ່?

ບໍ່ມີຄ່າໃຊ້ຈ່າຍໃດໆຕິດພັນ.


5. ຂ້ອຍຈະມີໂອກາດໄດ້ຮັບທຶນຈາກ ທສທ II ໄດ້ແນວໃດ?

ທ່ານສາມາດຍື່ນຄໍາຮ້ອງສະໝັກຂໍທຶນຈາກ ທສທ II ໄດ້ຕະຫຼອດເວລາ ແລະ ຄໍາຮ້ອງຈະຖືກດໍາເນີນການຕາມລໍາດັບ ຕາມເລກທີທີ່ທ່ານໄດ້ຮັບໃນເວລາຍື່ນຄໍາຮ້ອງ. ພວກເຮົາຄາດຫວັງທີ່ຈະສະໜອງທຶນ ຈໍານວນ 50 ທຶນ ໃນປີທໍາອິດ​ (ເລີ່ມຈາກເດືອນກໍລະກົດ 2019 ເປັນຕົ້ນໄປ) ແລະ ເພີ່ມຂຶ້ນເປັນ ປະມານ 100 ທຶນ ໃນປີທີສອງ ແລະ ທີ່ສາມ. ເຖິງຢ່າງໃດກໍຕາມ ພວກເຮົາຄາດຫວັງວ່າ ຈະໄດ້ຮັບຄໍາຮ້ອງສະໝັກຂໍທຶນເປັນຈໍານວນຫຼາຍກວ່າທີ່ພວກເຮົາຈະສະໜັບສະໜູນ ແລະ ກໍ່ອາດຈະມີຄໍາຮ້ອງສະໝັກ ຈໍານວນບໍ່ໜ້ອຍທີ່ຈະບໍ່ປະສົບຜົນສໍາເລັດ (ກະລຸນາເບິ່ງຄໍາຖາມ ແລະ ຄໍາຕອບຕໍ່ໄປ). ເພື່ອຮັບປະກັນຄວາມສົມດຸນແບບຢຸດຕິທໍາໃຫ້ທົ່ວເຖິງທຸກຮູບແບບກິດຈະກໍາ, ຂະແໜງທຸລະກິດ, ສະຖານທີ່ຕັ້ງ ແລະ ອື່ນໆ ລວມເຖິງການຮັບປະກັນ “ຄຸນຄ່າຂອງເງິນ”, ທສທ II ຈໍາເປັນຈະຕ້ອງໄດ້ມີຍຸດທະສາດ ແລະ ການຄັດເລືອກໃນການໃຫ້ທຶນ.


6. ຈະເກີດຫຍັງຂື້ນຖ້າຫາກຄໍາຮ້ອງສະໝັກຂໍທຶນຖືກປະຕິເສດ?

ການຕັດສິນໃຈຂອງ ທສທ II ວ່າບໍລິສັດໃດ ແລະ ກິດຈະກໍາໃດຈະເໝາະສົມທີ່ຈະໄດ້ຮັບທຶນສົມທົບ ຫຼື ບໍ່ ແມ່ນຖືວ່າເປັນການຕັດສິນໃຈຂັ້ນສຸດທ້າຍ, ແລະ ຈະບໍ່ມີຂະບວນການອຸທອນຕໍ່ການຕັດສິນດັ່ງກ່າວ.


7. ຜູ້ສະໜອງການບໍລິການທາງດ້ານການພັດທະນາທຸລະກິດ ສາມາດສະໝັກຂໍທຶນໄດ້ບໍ່?

ຄໍາຮ້ອງສະໝັກທີ່ຍື່ນໄປຍັງ ທສທ II ຕ້ອງແມ່ນມາຈາກບໍລິສັດທີ່ຕ້ອງການທຶນສົມທົບເພື່ອຈ່າຍຄ່າບໍລິການທາງດ້ານວິຊາການ. ຜູ້ສະໜອງການບໍລິການທາງດ້ານການພັດທະນາທຸລະກິດ ບໍ່ສາມາດສະໝັກໃນນາມຂອງລູກຄ້າ ຫຼື ຜູ້ທີ່ຈະເປັນລູກຄ້າຂອງພວກເຂົາໃນອະນາຄົດໄດ້. ເຖິງຢ່າງໃດກໍຕາມ, ຜູ້ສະໜອງການບໍລິການທາງດ້ານການພັດທະນາທຸລະກິດ ສາມາດເປັນຜູ້ສະໝັກຂໍທຶນເພື່ອຂໍການສະໜັບສະໜູນການບໍລິການທາງດ້ານວິຊາການທີ່ພວກເຂົາຕ້ອງການ ເພື່ອສ້າງທຸລະກິດຂອງເຂົາເອງ.


8. ການຈ່າຍເງິນທົດແທນຄືນ ຕ້ອງມີເອກະສານໃດແດ່ປະກອບ?

ສໍາລັບການຈ່າຍເງິນທົດແທນຄືນ ຈໍານວນ 50 % ຂອງມູນຄ່າໃຊ້ຈ່າຍທີ່ເກິີດຂື້ນ, ຜົນໄດ້ຮັບ ແລະ ຫຼັກຖານທາງເອກະສານທີ່ສຳຄັນຈະຖືກກຳນົດໃນສັນຍາ (ທີ່ມີຂໍ້ຜູກມັດທາງກົດໝາຍ). ເອກະສານປະກອບແມ່ນຂື້ນກັບແຕ່ລະປະເພດກິດຈະກຳ, ຍົກຕົວຢ່າງ ຜົນໄດ້ຮັບ ເຊິ່ງປະກອບດ້ວຍ ບົດລາຍງານຜົນໄດ້ຮັບຂອງການເຮັດກິດຈະກຳ, ຫຼັກຖານຂອງການຊໍາລະທັງໝົດ ເຊັ່ນ ໃບແຈ້ງໜີ້ ແລະ ໃບຮັບເງິນຕົ້ນສະບັບ, ແລະ ອື່ນໆ.


9. ບໍລິສັດທີ່ເຄີຍໄດ້ຮັບທຶນສົມທົບແລ້ວ ສາມາດສະໝັກທຶນຄັ້ງຕໍ່ໄປໄດ້ອີກບໍ່?

ໄດ້. ບໍລິສັດໃດໜຶ່ງສາມາດສະໝັກຂໍທຶນໄດ້ອີກ ຖ້າຫາກວ່າກິດຈະກຳທີ່ເຄີຍຖືກສະໜັບສະໜູນນັ້ນໄດ້ເຮັດສຳເລັດຕາມຄວາມເພີງພໍໃຈ ແລະ ກິດຈະກຳທີ່ຈະສະເໜີຂໍທຶນຄັ້ງຕໍ່ໄປນັ້ນມີຄວາມເໝາະສົມ. ບໍລິສັດທີ່ເຄີຍສະໝັກຂໍທຶນກັບ ທສທ I ສາມາດສະໝັກຂໍທຶນກັບ ທສທ II ໄດ້ອີກ.


10. ຂ້ອຍສາມາດຂໍທຶນໄດ້ຈໍານວນເທົ່າໃດ?

ທຶນສົບທົບສ່ວນຫຼາຍແລ້ວແມ່ນຈະບໍ່ເກີນ 200,000 ໂດລາສະຫະລັດ. ບໍ່ມີບໍລິສັດໃດ ຫຼື ກຸ່ມບໍລິສັດທີ່ມີການບໍລິຫານ ຫຼື ກຳມະສິດພາຍໃຕ້ອົງກອນດຽວກັນ ຈະໄດ້ຮັບທຶນເກີນ 200.000 ໂດລາສະຫະລັດ. ທສທ II ຈະໃຫ້ທຶນໄດ້ ພຽງແຕ່ 50 % ຂອງມູນຄ່າໃຊ້ຈ່າຍທັງໝົດຂອງການບໍລິການທາງດ້ານວິຊາການທີ່ໄດ້ຕົກລົງກັນ. ການໃຫ້ທຶນແມ່ນພາຍຫຼັງກິດຈະກຳຕ່າງໆສໍາເລັດລົງ ແລະ ໄດ້ຮັບການຢັ້ງຢືນວ່າສໍາເລັດແລ້ວ ແລະ ພາຍຫຼັງທີ່ບໍລິສັດໄດ້ສະໜອງຫຼັກຖານການຊໍາລະເປັນຈໍານວນເຕັມຂອງຄ່າໃຊ້ຈ່າຍສໍາລັບບໍລິການດັ່ງກ່າວ.


11. ທສທ ສາມາດໃຫ້ທຶນລ່ວງໜ້າໄດ້ບໍ່?

ບໍ່ໄດ້. ບໍລິສັດຕ້ອງໄດ້ຮັບການບໍລິການທາງດ້ານວິຊາການ ແລະ ຊໍາລະຄ່າໃຊ້ຈ່າຍເປັນຈໍານວນເຕັມດັ່ງທີ່ໄດ້ຕົກລົງກັນໄວ້ໃນສັນຍາ ກ່ອນທີ່ ທສທ ຈະສະໜອງທຶນໃຫ້. ທຶນແມ່ນຈະເບີກຈ່າຍໃຫ້ງວດດຽວ.


12. ຖ້າມູນຄ່າສຸດທ້າຍຂອງການບໍລິການທາງດ້ານວິຊາການ ແຕກຕ່າງກັບມູນຄ່າທີ່ຄາດຄະເນໃນເບື້ອງຕົ້ນ ຈະເຮັດແນວໃດ?

ຈໍານວນເງິນທຶນທີ່ ທສທ II ຈະຈ່າຍໃຫ້ບໍ່ເກີນມູນຄ່າຕົວເລກທີ່ໄດ້ລະບຸໄວ້ໃນສັນຍາ ແລະ ຕ້ອງບໍ່ເກີນ 50 % ຂອງມູນຄ່າໃຊ້ຈ່າຍທັງໝົດຂອງການບໍລິການທາງດ້ານວິຊາການທີ່ໄດ້ສະໜອງ. ຖ້າມູນຄ່າໃຊ້ຈ່າຍທັງໝົດຂອງການບໍລິການທາງດ້ານວິຊາການທີ່ໄດ້ສະໜອງນັ້ນ ຫຼາຍກວ່າ ຈໍານວນທີ່ໄດ້ຄາດຄະເນໄວ້ໃນສັນຍາ, ບໍລິສັດຕ້ອງຈ່າຍມູນຄ່າສ່ວນເກີນດັ່ງກ່າວເອົາເອງ. ຖ້າມູນຄ່າໃຊ້ຈ່າຍທັງໝົດຂອງການບໍລິການທາງດ້ານວິຊາການທີ່ໄດ້ສະໜອງນັ້ນ ໜ້ອຍກວ່າ ຈໍານວນທີ່ໄດ້ຄາດຄະເນໄວ້ໃນສັນຍາ, ທສທ II ຈະໃຫ້ທຶນ 50 % ຂອງຕົວເລກທີ່ໃຊ້ຈ່າຍຕົວຈິງນັ້ນ.


13. ຖ້າເຮົາບໍ່ມີແຜນທຸລະກິດ ແລ້ວເຮົາຍັງສາມາດສະໝັກຂໍທຶນ ທສທ ໄດ້ບໍ່?

ແຜນທຸລະກິດລະອຽດ ບໍ່ແມ່ນອົງປະກອບຫຼັກໃນເວລາປະກອບຄໍາຮ້ອງສະໝັກຂໍທຶນ. ແຕ່ເຖິງຢ່າງໃດກໍຕາມ, ຕ້ອງໄດ້ສະແດງເຫດຜົນຂອງການຂໍທຶນສະໜັບສະໜູນຢ່າງຊັດເຈນ ແລະ ຕ້ອງໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອມໂຍງກັນລະຫວ່າງການບໍລິການທາງດ້ານວິຊາການທີ່ສະເໜີ ແລະ ແຜນການຂະຫຍາຍຕົວຂອງບໍລິສັດ. ທີ່ປຶກສາ ຂອງ ທສທ II ຈະຊ່ວຍເຫຼືອທ່ານໃນຂັ້ນຕອນດັ່ງກ່າວ, ຖ້າຈໍາເປັນ.


14. ຜູ້ສະໜອງການບໍລິການ ທີ່ຢູ່ນອກ ສປປ ລາວ ໄດ້ບໍ່?

ໄດ້. ຜູ້ສະໜອງການບໍລິການ ສາມາດຢູ່ຕ່າງປະເທດໄດ້ ຖ້າວ່າບໍ່ມີຜູ້ສະໜອງພາຍໃນ ສປປ ລາວ. ບໍລິສັດຂອງຜູ້ສະໝັກຂໍທຶນ ມີອິດສະຫຼະໃນການຄັດເລືອກຜູ້ສະໜອງການບໍລິການຕາມທີ່ທ່ານຄິດວ່າມີຄຸນນະພາບເໝາະສົມ ແລະ ໄດ້ຕ້ອງໄດ້ສະເໜີ້ໃຫ້ ທສທ II ກ່ອນການອະນຸມັດ. ທສທ II ເນັ້ນໜັກໃສ່ການໃຫ້ຄວາມສໍາຄັນທາງດ້ານຄຸນຄ່າຂອງເງິນ ແລະ ມີຄວາມຈໍາເປັນທີ່ຈະຕ້ອງຮູ້ລາຄາການບໍລິການທາງດ້ານວິຊາການ ວ່າຢູ່ພາຍໃຕ້ບັນຖັດຖານຂອງຕະຫຼາດທີ່ສາມາດຮັບໄດ້.


15. ຂ້ອຍສາມາດນໍາໃຊ້ບໍລິການຂອງຜູ້ປະກອບອາຊີບອິດສະຫຼະ ຫຼື ທີ່ປຶກສາສ່ວນບຸກຄົນໄດ້ບໍ່?

ໄດ້. ຜູ້ສະໜອງການບໍລິການທາງດ້ານວິຊາການອິດສະຫຼະທີ່ຜ່ານມາດຕະຖານ ສາມາດເປັນເປັນຜູ້ສະໜອງການບໍລິການ ແລະ ເໝາະສົມທີ່ຈະຂໍທຶນສົມທົບສະໜັັບສະໜູນໄດ້.


16. ຂ້ອຍສາມາດນໍາໃຊ້ບໍລິການທີ່ອົງການຈັດຕັ້ງລັດ ຫຼື ລັດຖະກອນ ສະໜອງໃຫ້ໄດ້ບໍ່?

ບໍ່ໄດ້. ທສທ II ບໍ່ສາມາດໃຫ້ເງິນທຶນສະໜັບສະໜູນ ການບໍລິການທາງດ້ານວິຊາການທີ່ລັດຖະບານ ຫຼື ຜູ້ໃຫ້ທຶນອື່ນເປັນຜູ້ສະໜອງການບໍລິການໃຫ້.


17. ຂ້ອຍແມ່ນຜູ້ສະໜອງການບໍລິການທາງດ້ານການພັດທະນາທຸລະກິດ, ຂ້ອຍຈະສາມາດແຈ້ງລາຍການບໍລິການທີ່ຂ້ອຍມີ ໃນເວັບໄຊ ຂອງ ທສທ II ໄດ້ແນວໃດ?

ຖ້າທ່ານແມ່ນຜູ້ສະໜອງການບໍລິການ ແລະ ຕ້ອງການໃຫ້ບໍລິສັດຂອງທ່ານເປັນສ່ວນໜຶ່ງຂອງເຄືອຂ່າຍ ທສທ II, ກະລຸນາກົດ ບ່ອນນີ້ ເພື່ອລົງທະບຽນ. ເຖິງຢ່າງໃດກໍຕາມ, ທາງ ທສທ II ເປັນຝ່າຍດຽວທີ່ມີສິດພິຈາລະນາວ່າ ຈະອະນຸຍາດໃຫ້ທ່ານເອົາຂໍ້ມູນກ່ຽວກັບການບໍລິການຂອງທ່ານເຂົ້າໃນເວັບໄຊ້ໄດ້ຫຼືບໍ່ ແລະ ບໍ່ມີເງື່ອນໄຂໃດກຳນົດເຖິງການຮັບຮອງເອົາຜູ້ສະໜອງການບໍລິການດັ່ງກ່າວນັ້ນ.


[1] ມູນຄ່າການສະໜັບສະໜູນທາງດ້ານການອອກແບບເວັບໄຊ ຊຶ່ງອາດຈະລວມເຖິງການບໍາລຸງຮັກສາເວັບໄຊເປັນເວລາໜຶ່ງປີ ແມ່ນຈໍາກັດສູງສຸດບໍ່ເກີນ 3,000 ໂດລາ ຊຶ່ງ ທສທ II ຈະສົມທົບທຶນໃຫ້ 1,500 ໂດລາເທົ່ານັ້ນ.