ຂໍ້ກຳນົດ ແລະ ເງື່ອນໄຂ

ຂໍ້ກຳນົດ ແລະ ເງື່ອນໄຂ ຂອງ ທສທ II

ເງື່ອນໄຂຂອງສັນຍາ ທີ່ລະບຸໄວ້ຂ້າງລຸ່ມ ສ້າງຂື້ນຈາກ ແລະ ປະຕິດຕາມ ປື້ມຄູ່ມືການຈັດຕັ້ງປະຕິບັດ ທສທ II. ປື້ມຄູ່ມື ຂອງ ທສທ II ດັ່ງກ່າວມີຜົນສັກສິດທາງດ້ານກົດໝາຍ.
ຂ້າພະເຈົ້າ ໄດ້ອ່ານ ແລະ ເຂົ້າໃຈ ເຖິງຂໍ້ກຳນົດ ແລະ ເງື່ອນໄຂ ທີ່ຕິດພັນກັບ ຄໍາຮ້ອງ, ການສະໜັບສະໜູນ ແລະ ທຶນຊ່ວຍເຫຼືອ ຂອງ ທສທ II ຂ້າງລຸ່ມນີ້. ຂ້າພະເຂົ້າ ຂໍຮັບປະກັນວ່າກ່ອນຈະໄດ້ຮັບການຊ່ວຍເຫຼືອຈາກ ທສທ II, ຂ້າພະເຈົ້າຍິນດີສະໜອງຂໍ້ມູນກ່ຽວກັບຕົວເລກການຂາຍພາຍຫຼັງການຊ່ວຍເຫຼືອໄດ້ເລີ່ມຕົ້ນຂື້ນ ໃນໄລຍະຢ່າງໜ້ອຍສາມປີ ໃຫ້ແກ່ ທີມງານ ທສທ II ແລະ ພະແນກຈັດຕັ້ງປະຕິບັດໂຄງການຂອງຕ່າງປະເທດ (NIU). ນອກຈາກນີ້ ຂ້າພະເຈົ້າ ຍິນດີໃຫ້ຄວາມຮ່ວມມື ໃນການສຳຫຼວດ ຫຼື ຕໍ່ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດ ເພື່ອທົບທວນຜົນຈັດຕັ້ງປະຕິບັດ ຫຼື ຜົນໄດ້ຮັບ ຂອງ ທສທ II.

1. ການເກັບຮັກສາຄວາມລັບ ແລະ ການຮັກສາຂໍ້ມູນ

ທີມງານ ທສທ II ແລະ NIU ມີສັນຍາຜູກພັນຢ່າງເປັນລາຍລັກອັກສອນໃນການຮັກສາຮັກສາຂໍ້ມູນຂອງລູກຄ້າໄວ້ເປັນຄວາມລັບ. ເພື່ອເຮັດໃຫ້ການຊ່ວຍເຫຼືອຂອງ ທສທ II ດໍາເນີນໄປຢ່າງມີຄວາມໝາຍ, ບໍລິສັດຈະຕ້ອງໄດ້ແລກປ່ຽນຂໍ້ມູນຈໍານວນໜຶ່ງໂດຍຫຼີກລ້ຽງບໍ່ໄດ້ໃຫ້ແກ່ທີ່ປຶກສາດ້ານທຸລະກິດທີ່ຕົນເອງເລືອກເຊິ່ງອາດຈະເປັນຂໍ້ມູນທີ່ມີຄວາມລະ ອຽດອ່ອນທາງດ້ານການຄ້າ, ແຕ່ຂໍ້ມູນດັ່ງກ່າວຈະຖືກຮັບປະກັນວ່າປອດໄພ ແລະ ຮັກສາໄວ້ຢ່າງເປັນຄວາມລັບ.
ຫົວໜ້າທີມງານ ທສທ II ຈະຮັບປະກັນວ່າຂໍ້ມູນສ່ວນບຸກຄົນຈະຖືກນໍາໃຊ້ໂດຍສອດຄ່ອງຕາມນິຕິກໍາທີ່ກ່ຽວຂ້ອງຂອງພາຍໃນ ແລະ ຕ່າງປະເທດ ລວມເຖິງ ກົດລະບຽບປົກປ້ອງຂໍ້ມູນທົ່ວໄປຂອງສະຫະພາບເອີຣົບ 2018 (GDPR). ການເກັບກໍາຂໍ້ມູນສ່ວນບຸກຄົນຈະຕ້ອງຖືກດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍ, ຍຸຕິທຳ ແລະ ໂປ່ງໃສ; ພຽງພໍ ແລະ ຂໍ້ມູນທີ່ເກັບກໍາຈະຕ້ອງເປັນຂໍ້ມູນກ່ຽວຂ້ອງ ແລະ ຈຳກັດສະເພາະທີ່ຈຳເປັນ; ເປັນຂໍ້ມູນທີ່ຖືກຕ້ອງ ແລະ ໃໝ່ ແລະ ຈະຕ້ອງຖືກປະມວນໃນຮູບແບບທີ່ຮັບປະກັນຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນຢ່າງເໝາະສົມ.
ຂໍ້ມູນສ່ວນບຸກຄົນຈະຕ້ອງໄດ້ຖືກເກັບ ແລະ ຮັກສາໄວ້ເປັນຢ່າງດີ, ແລະ ຈະມີການນໍາໃຊ້ມາດຕະການຄວາມປອດໄພທາງດ້ານເຕັກນິກ ແລະ ອົງກອນທີ່ເໝາະສົມ. ທີມງານ ທສທ II ຈະເປັນພຽງພາກສ່ວນດຽວທີ່ສາມາດເຂົ້າເຖິງຂໍ້ມູນສ່ວນບຸກຄົນໄດ້ເພາະມີຄວາມຈໍາເປັນຕໍ່ການປະຕິບັດງານ, ການຄຸ້ມຄອງ ແລະ ຕິດຕາມກວດກາ ກິດຈະກໍາສະເພາະດ້ານ.

2. ສັນຍາ

ກ່ອນຈະໃຫ້ການຊ່ວຍເຫຼືອທຶນສະໜັບສະໜູນໂດຍກົງແກ່ບໍລິສັດໃດໜຶ່ງ, ບໍລິສັດດັ່ງກ່າວຈະຕ້ອງໄດ້ເຊັນສັນຍາກັບ ທສທ II ເສຍກ່ອນ. ສັນຍາດັ່ງກ່າວນີ້ເປັນເອກະສານທາງການເຊັນລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າໂດຍ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທັງເປັນ ຫົວໜ້າໂຄງການ NIU, ໃນນາມຂອງລັດຖະບານ ແຫ່ງ ສປປ ລາວ, ແລະ ບໍລິສັດທີ່ໄດ້ຮັບທຶນ. ສັນຍານີ້ຈະມີຂໍ້ຜູກມັດເຊິ່ງກັນ ແລະ ກັນ ໂດຍບໍລິສັດຈະຕ້ອງໄດ້ສະ ໜອງຂໍ້ມູນກ່ຽວກັບການປະຕິບັດວຽກງານທີ່ໄດ້ຮັບການປັບປຸງ, ແລະ ໃຫ້ການຮ່ວມມືໃນການສໍາຫຼວດຜົນໄດ້ຮັບ. ສັນຍານີ້ຍັງຜູກມັດບໍລິສັດໃຫ້ປະຕິບັດຕາມແນວທາງຂອງ ທະນາຄານໂລກ ໃນການປ້ອງກັນ ແລະ ຕໍ່ຕ້ານການສໍ້ໂກງ ແລະ ການສໍ້ລາດບັງຫຼວງ .

3. ການນໍາໃຊ້ ທຶນສົມທົບ ຂອງ ທສທ II

ຈຸດປະສົງຂອງການໃຫ້ທຶນສົມທົບຂອງ ທສທ II ແມ່ນສໍາລັບກໍລະນີບໍລິສັດມີຄວາມຕ້ອງການບໍລິການດ້ານວິຊາການສະເພາະດ້ານຈາກທາງນອກທີ່ຈະຊ່ວຍສ້າງຜົນໄດ້ຮັບອັນຫຼວງຫຼາຍໃນການແກ້ໄຂຈຸດອ່ອນຕົ້ນຕໍ ຫຼື ຊ່ອງວ່າງຂອງບໍລິສັດ. ການພິຈາລະນາຕົ້ນຕໍໃນການໃຫ້ທຶນແມ່ນຂື້ນກັບການສ້າງຜົນໄດ້ຮັບອັນສູງສຸດ ໂດຍສະເພາະແມ່ນ ການຂະຫຍາຍຕົວຂອງຍອດຂາຍທີ່ຈະໄດ້ຮັບຂອງບໍລິສັດ. ການຈັດສັນໃຫ້ທຶນສົມທົບຈະຕ້ອງຮັບປະກັນເຖິງຄຸນຄ່າຂອງເງິນ.

4. ເງື່ອນໄຂຂໍທຶນ ສໍາລັບບໍລິສັດ

4.1. ບໍລິສັດທີ່ມີເງື່ອນໄຂສະໝັກຂໍທຶນ

ຫົວໜ່ວຍທຸລະກິດທີ່ສະໜອງວຽກເຮັດໃຫ້ແກ່ພົນລະເມືອງລາວ ໃນ ສປປ ລາວ ມີສິດໄດ້ຮັບການຊ່ວຍເຫຼືອທືນຈາກ ທສທ II ແລະ ສາມາດຕິດຕໍ່ ທສທ II ເພື່ອຂໍການສະໜັບສະໜູນ. ບາງທຸລະກິດ ອາດຈະຍັງບໍ່ທັນໄດ້ຈົດທະບຽນ ວິສາຫະກິດຢ່າງເປັນທາງການ ກັບອົງການຄຸ້ມຄອງການຈົດທະບຽນວິສາຫະກິດ, ແຕ່ທຸລະກິດເຫຼົ່ານີ້ແມ່ນຈະຖືກຊຸກຍູ້ໃຫ້ຈົດທະບຽນ. ໃນກໍລະນີທຸລະກິດໃດໜຶ່່ງຍັງບໍ່ໄດ້ຈົດທະບຽນຢ່າງເປັນທາງການ, ທຸລະກິດຈະຕ້ອງໄດ້ມີການເຮັດສັນຍາກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ບໍ່ວ່າຈະເປັນບຸກຄົນ ຫຼື ກຸ່ມທຸລະກິດໃນນາມຂອງຄູ່ຮ່ວມໂຄງການ.
ທຸລະກິດທີ່ດໍາເນີນທຸລະກິດໃນຂະແໜງການດັ່ງລຸ່ມນີ້ບໍ່ສາມາດຮັບເງື່ອນໄຂການຊ່ວຍເຫຼືອຈາກ ທສທ II ໄດ້ :
• ຜະລິດອາວຸດ ແລະ ຢຸດໂທປະກອນ;
• ຜະລິດເຫຼົ້າ ແລະ ຢາສູບ;
• ຂະແໜງການທະນາຄານ ແລະ ການບໍລິການດ້ານການເງິນ;
• ຂະແໜງໂທລະຄົມມະນາຄົມ;
• ບໍ່ແຮ່ ແລະ ຂະແໜງທີ່ທໍາລາຍຊັບພະຍາກອນ; ແລະ
• ການຜະລິດ ແລະ ຈຳໜ່າຍ ພະລັງງານໄຟຟ້າ

4.2. ວິສາຫະກິດທີ່ລັດຄຸ້ມຄອງບໍລິຫານ ບໍ່ໄດ້ນອນໃນກອບການຊ່ວຍເຫຼືອ

ວິສາຫະກິດທີ່ມີລັດຄຸ້ມຄອງບໍລິຫານຈະບໍ່ໄດ້ນອນໃນກອບການຊ່ວຍເຫຼືອ. ວິສາຫະກິດທີ່ມີລັດຄຸ້ມຄອງບໍລິຫານ ອາດຈະຢູ່ໃນຮູບແບບ ເຊັ່ນ ເປັນຜູ້ຖືຮຸ້ນສ່ວນໃຫຍ່ ຫຼື ຢູ່ໃນຄະນະບໍລິຫານ. ໃນກໍລະນີທີ່ມີຂໍ້ສົງໃສ, ຫົວໜ້າທີມ ທສທ ຈະສົ່ງຄໍາຮ້ອງຂໍທຶນໄປຫາ ທີມປະຕິບັດງານ ທສທ (BAF Task Force) ເພື່ອຊ່ວຍກວດສອບວ່າ ບໍລິສັດດັ່ງກ່າວນັ້ນແມ່ນວິສາຫະກິດມີລັດຄຸ້ມຄອງບໍລິຫານ ຫຼື ບໍ່.

4.3 ທຸລະກິດເລີ່ມໃໝ່

ບໍລິສັດສ່ວນຫຼາຍທີ່ຈະໄດ້ຮັບທຶນຊ່ວຍເຫຼືອຖືກຄາດໄວ້ວ່າຈະຕ້ອງເປັນບໍລິສັດທີ່ໄດ້ດຳເນີນທຸລະກິດຢ່າງເຕັມສ່ວນມາແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ທີມງານ ທສທ II ມີອິດສະຫຼະທີ່ຈະຊ່ວຍ ທຸລະກິດທີ່ມີແຜນຈະເລີ່ມທຸລະກິດໃໝ່ ແຕ່ຕ້ອງຕາມການພິຈາລະນາຂອງຫົວໜ້າ ທສທ ວ່າເຫັນສົມຄວນ.

5 ຂັ້ນຕອນໃນການຍື່ນຂໍທຶນສົມທົບ

5.1 ການຊື້ການບໍລິການ ທີ່ເໝາະສົມສຳລັບການສະໜັບສະໜູນຈາກ ທສທ

ການຊື້ການບໍລິການສໍາລັບການພັດທະນາທຸລະກິດສະເພາະດ້ານ, ເມື່ອຜ່ານການພິຈາລະນາໂດຍຫົວໜ້າ ທສທ ເຫັນວ່າເປັນການປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດແຜນການຂະຫຍາຍທຸລະກິດ ແມ່ນຈະໄດ້ຮັບການສະໜັບສະໜູນທຶນສົມທົບຂອງ ທສທ II. ການຈ່າຍທີ່ເໝາະສົມສຳລັບ ການບໍລິການອາດຈະເປັນຄ່າບໍລິການ, ແລະ ຕາມທີ່ເຫັນວ່າເໝາະສົມ, ສຳລັບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບ ການເດີນທາງ ແລະ ຄ່າຄອງຊີບ, ທີ່ເກີດຂື້ນໂດຍກົງ ແລະ ໂດຍສະເພາະຄ່າໃຊ້ຈ່າຍທີ່ຕິດພັນກັບການໃຫ້ບໍລິການທີ່ເໝາະສົມ.

5.2 ຄ່າໃຊ້ຈ່າຍທີ່ຕິດພັນກັບການຊື້ສິນຄ້າ, ວຽກງານຂອງລັດ, ຊື້ອຸປະກອນສໍາລັບການຜະລິດ ແລະ ດໍາເນີນທຸລະກິດພາຍໃນ ແມ່ນບໍ່ໄດ້ນອນໃນກອບການຊ່ວຍເຫຼືອ.

ການຊື້ສິນຄ້າ ແລະ ວຽກງານຂອງລັດ, ເຖິງວ່າຈະເປັນກິດຈະກຳທີ່ຕ້ອງການຄວາມຊ່ວຍເຫຼືອທີ່ສຸດ ກໍ່ບໍ່ມີເງື່ອນໄຂໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອ. ຄ່າໃຊ້ຈ່າຍທີ່ເປັນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດພາຍໃນເຊັ່ນ ເງິນເດືອນສຳລັບພະນັກງານຖາວອນ ແມ່ນບໍ່ມີເງື່ອນໄຂໄດ້ຮັບທຶນຊ່ວຍເຫຼືອເຊັ່ນດຽວກັນ. ການສູນເສຍຈາກອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ການຈ່າຍດອກເບ້ຍ ອັນເນື່ອງມາຈາກການຊໍາລະຊັກຊ້າກໍ່່ບໍ່ມີເງື່ອນໄຂໃນການຂໍທຶນຊ່ວຍເຫຼືອ.

5.3 ຜົນປະໂຫຍດທັບຊ້ອນ

ບໍລິສັດ ທີ່ຍື່ນຂໍທຶນສົມທົບພາຍໃຕ້ ທສທ II ຕ້ອງໄດ້ສະໜອງຂໍ້ມູນທາງດ້ານວິຊາຊີບ, ຈຸດປະສົງ ແລະ ບໍ່ມີລັກສະນະລໍາອຽງຕະຫຼອດເວລ, ແລະ ມີພັນທະຕ້ອງເປີດເຜີຍ ຕໍ່ທີມງານ ທສທ II ກ່ຽວກັບທຸກສະພາບການທີ່ເກີດມີ ຫຼື ທີ່ອາດຈະເກີດມີຜົນປະໂຫຍດທັບຊ້ອນ. ຖ້າຫາກມີການປິດບັງເຫດການດັ່ງກ່າວ ອາດນໍາໄປສູ່ ການກໍ່ໃຫ້ເກີດຄວາມບໍ່ເໝາະສົມທີ່ຈະໄດ້ຮັບທຶນຂອງບໍລິສັດ ແລະ ຖືກຍົກເລີກສັນຍາຮັບທຶນທັນທີ. ຫາກກໍລະນີທີ່ທຶນຊ່ວຍເຫຼືອຖືກຈ່າຍໄປຮຽບຮ້ອຍແລ້ວ ແຕ່ຫາກພົບວ່າມີເຫດການຜົນປະໂຍດທັບຊ້ອນເກີດຂຶ້ນໃນສະຖານະການສະເພາະໃດໜຶ່ງ, ທີມງານ ທສທ II ແລະ NIU ມີສິດໃນການຮຽກເກັບເງິນຊ່ວຍເຫຼືອຄືນຕາມຈໍານວນທີ່ໄດ້ຈ່າຍອອກໄປລວມເຖິງຄ່າອາກອນທີ່ຕິດພັນຈາກບໍລິສັດດັ່ງກ່າວ.
ຜົນປະໂຫຍດທັບຊ້ອນເກີດຂື້ນທັນທີ່ເມື່ອ ບໍລິສັດ (ລວມເຖິງ ເຈົ້າຂອງ ຫຼື ພະນັກງານ) ມີສາຍສໍາພັນໃກ້ສິດທາງດ້ານທຸລະກິດ ແລະ ຄອບຄົວ ກັບພະນັກງານຂອງ ທີມງານ ທສທ II (ຫຼື NIU, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ), ຜູ້ທີ່ມີສ່ວນກ່ຽວຂ້ອງທາງກົງ ແລະ ທາງອ້ອມໃນພາກດັ່ງຕໍ່ໄປນີ້: i) ການກະກຽມເງື່ອນໄຂຕ່າງໆເພື່ອສະໝັກຂໍທຶນສົມທົບ; ii) ຂະບວນການຄັດເລືອກ ບໍລິສັດທີ່ມີເງື່ອນໄຂເໝາະສົມ, ຫຼື ການຕັດສິນໃຈກ່ຽວກັບການໃຫ້ທຶນສົມທົບ; ຫຼື iii) ການຄຸ້ມຄອງຊີ້ນໍາກິດຈະກຳຂອງບໍລິສັດ. ໃນສະຖານະການໃດໜຶ່ງຂ້າງເທິງນີ້, ບໍລິສັດອາດຈະບໍ່ໄດ້ຮັບທຶນຊ່ວຍເຫຼືອ ເວັ້ນເສຍແຕ່ຂໍ້ຂັດແຍ່ງທີ່ອາດເກີດຂຶ້ນຈາກຄວາມສຳພັນນີ້ໄດ້ມີການແຈ້ງລ່ວງໜ້າຢ່າງເປີດເຜີຍ ຕໍ່ ທີມງານ ທສທ II ແລະ NIU, ແລະ ໄດ້ຮັບການແກ້ໄຂເປັນທີ່ຍອມຮັບ ເຊິ່ງສອດຄ່ອງກັບແນວທາງທີ່ມີຢູ່.

5.4 ພັນທະທາງອາກອນ

NIU ຈະເປັນຝ່າຍຮັບຜິດຊອບ ພັນທະອາກອນທັງໝົດທີ່ເກີດຂື້ນໂດຍກົງຈາກການສະໜັບສະໜູນທຶນຊ່ວຍເຫຼືອຕາມການຕົກລົງເຫັນດີ. ຄ່າໃຊ້ຈ່າຍທີ່ເກີດຂື້ນຈະຕ້ອງເປັນໄປຕາມເງື່ອນໄຂຂອງກອງທຶນຊ່ວຍເຫຼືອຂອງ ທສທ II.

5.5 ລະດັບການຊ່ວຍເຫຼືອ

ທຶນຊ່ວຍເຫຼືອ ຂອງ ທສທ II ຈະກວມເອົາ 50 ສ່ວນຮ້ອຍ ຂອງຄ່າໃຊ້ຈ່າຍທີ່ເກີດຂື້ນຕົວຈິງ, ສູງສຸດບໍ່ເກີນ 50 ສ່ວນຮ້ອຍຂອງມູນຄ່າໃຊ້ຈ່າຍໂດຍກົງທີ່ບໍລິສັດຊື້ບໍລິການຈາກພາຍນອກ, ຕາມທີ່ກຳນົດໄວ້ໃນ ສັນຍາ (LoA) ແລະ ເອກະສານຊ້ອນທ້າຍ. ການສະໜັບສະໜູນຈະມີພຽງລະດັບດຽວເທົ່ານັ້ນໂດຍບໍ່ມີຂໍ້ຍົກເວັ້ນ.

5.6 ຄວາມຈໍາກັດຂອງການຊ່ວຍເຫຼືອ ຕໍ່ ບໍລິສັດໜື່ງ

ທຶນສົມທົບສ່ວນໃຫ່ຍຖືກຄາດຄະເນໄວ້ວ່າຈະບໍ່ເກີນ 20,000 ໂດລາສະຫະລັດ. ການບໍລິການທີ່ຕ້ອງການສ່ວນຫຼາຍທີ່ເຂົ້າເຖິງໄດ້ແມ່ນຢຸ່ໃນພາກພື້ນ, ຖ້າບໍ່ມີຢູ່ໃນ ສປປ ລາວ. ຈະບໍ່ມີ ບໍລິສັດ ຫຼື ກຸ່ມບໍລິສັດໃດ ທີ່ຢູ່ພາຍໃຕ້ການຄວບຄຸມ ຫຼື ມີເຈົ້າຂອງ ຄົນດຽວກັນ ທີ່ຈະໄດ້ຮັບທຶນສົມທົບເກີນກ່ວາ 200,000 ໂດລາສະຫະລັດ ຂອງມູນຄ່າທັງໝົດ.

6 ການຄັດເລືອກຜູ້ສະໜອງການບໍລິການ

ບໍລິສັດເອງຈະເປັນຜູ້ຕົກລົງ ແລະ ເຊັນສັນຍາ ສໍາລັບການສະໜອງການບໍລິການ ກັບ ຜູ້ສະໜອງທີ່ຕົນຕົກລົງເຫັນດີ. ບໍລິສັດຈະເປັນຜູ້ສະເໜີເຈດຈໍານົງວ່າຈະເຮັດສັນຍາກັບຜູ້ສະໜອງການໃຫ້ບໍລິການເຊິ່ງເປັນຂັ້ນຕອນໜຶ່ງຂອງຂະບວນການຂໍທຶນ ໂດຍມີຫົວໜ້າ ທສທ II ຈະເປັນຜູ້ ທົບທວນ ວິທີການຄັດເລືອກຜູ້ສະໜອງການໃຫ້ບໍລິການ ກ່ອນຈະອານຸມັດ ຫຼື ປະຕິເສດ ເພາະເປັນຂັ້ນຕອນຂອງການທົບທວນຄໍາຮ້ອງຂໍທຶນ. ໃນກໍລະນີມີການປະຕິເສດ, ຫົວໜ້າ ທສທ II ຈະນໍາສົ່ງການແຈ້ງຢ່າງເປັນລາຍລັກອັກສອນ.
ໃນກໍລະນີທົ່ວໄປ, ການປະຕິບັດທາງດ້ານການຄ້າແບບມາດຕະຖານທີ່ຖືກຍອມຮັບໂດຍທະນາຄານໂລກຈະຖືກນໍາໃຊ້ໂດຍບໍລິສັດເພື່ອຄັດເລືອກຜູ້ສະໜອງການບໍລິການ, ບໍ່ດັ່ງນັ້ນ ກໍ່ຕ້ອງແມ່ນວິທີການທີ່ໄດ້ຕາມຫຼັກການທາງດ້ານຄຸນນະພາບ, ເສດຖະກິດ, ປະສິດທິພາບ ແລະ ຄວາມໂປ່ງໃສ ທີ່ຫົວໜ້າ ທສທ II ເພີງພໍໃຈ. ຈະບໍ່ມີກໍລະນີ ທີ່ NIU ຫຼື ທີມງານ ທສທ II ເຮັດສັນຍາໂດຍກົງກັບຜູ້ສະໜອງການບໍລິການສໍາລັບການຊື້ບໍລິການຂອງບໍລິສັດທີ່ໄດ້ຮັບທຶນຊ່ວຍເຫຼືອ.

6. 1. ການປະຕິເສດວິທີການຄັດເລືອກຜູ້ສະໜອງການບໍລິການ

ກໍລະນີທີ່ວິທີການຄັດເລືອກທີ່ສະເໜີມາໃນເບື້ອງຕົ້ນໂດຍບໍລິສັດທີ່ສະໝັກຂໍທຶນຊ່ວຍເຫຼືອຖືກປະຕິເສດ, ໃນບາງກໍລະນີ ຫົວໜ້າ ທສທ II ອາດຮຽກຮ້ອງໃຫ້ບໍລິສັດສະເໜີຂັ້ນຕອນການຄັດເລືອກອື່ນໆທີ່ສາມາດຍອມຮັບໄດ້.

6.2 ການປະຕິເສດຜູ້ສະໜອງການບໍລິການທີ່ຖືກຄັດເລືອກ

ພາຍຫັຼັງວິທີການຄັດເລືອກທີ່ສະເໜີໂດຍບໍລິສັດຖືກອານາມັດ, ໃນບາງກໍລະນີ, ຫົວໜ້າ ທສທ II ອາດຈະມີການປະຕິເສດຜູ້ສະໜອງການບໍລິການທີ່ກຳນົດ ແລະ ສະເໜີຂອງບໍລິສັດທີ່ໄດ້ຮັບທຶນຊ່ວຍເຫຼືອ.

6.3 ການຊ່ວຍເຫຼືອສຳລັບການຊອກຫາຜູ້ສະໜອງການບໍລິການ

ກໍລະນີຮຽກຮ້ອງຈາກບໍລິສັດ, ທສທ II ຈະໃຊ້ຄວາມພະຍາຍາມສຸດຄວາມສາມາດທີ່ຈະຊ່ວຍຊອກຜູ້ສະໜອງການບໍລິການທີ່ມີຄຸນນະພາບເໝາະສົມຕາມຄວາມຕ້ອງການ.

6.4 ການຫຼີກລ້ຽງການໃຫ້ເງິນຊ່ວຍເຫຼືອຊໍ້າຊ້ອນ

ຖ້າຫາກຜູ້ສະໜອງການບໍລິການ ຫຼື ບໍລິສັດທີ່ຮັບທຶນຊ່ວຍເຫຼືອ ໄດ້ຮັບເງິນຊ່ວຍເຫຼືອໃນຮູບແບບໃດໜື່ງບໍ່ວ່າໂດຍທາງກົງ ຫຼື ໂດຍທາງອ້ອມຈາກພາກສ່ວນອື່ນ, ທຶນສົມທົບຈະຮັບປະກັນວ່າລະດັບການຊ່ວຍເຫຼືອຂອງ ທສທ II ແລະ ຈາກພາກສ່ວນອື່ນສໍາລັບການຊື້ການບໍລິການລວມເຂົ້າກັນບໍ່ໃຫ້ເກີນ 50 ສ່ວນຮ້ອຍ.


ການຮັບຮອງ: ຂ້າພະເຈົ້າ/ພວກຂ້າພະເຈົ້າຂໍຢັ້ງຢືນ ແລະ ຮັບປະກັນວ່າ ຂໍ້ມູນທີ່ສະໜອງພາຍໃຕ້ໃບຄໍາຮ້ອງສະບັບນີ້ແມ່ນຄົບຖ້ວນ ແລະ ຖືກຕ້ອງທຸກປະການ. ຂ້າພະເຈົ້າ/ພວກຂ້າພະເຈົ້າ ເຂົ້າໃຈວ່າທີມງານ ທສທ II ໄດ້ອີງໃສ່ຄວາມເປັນຈິງ ແລະ ຄວາມຖືກຕ້ອງຂອງຂໍ້ມູນຕາມຄໍາຮ້ອງສະບັບນີ້, ເມື່ອພິຈາລະນາການໃຫ້ທຶນສົມທົບ. ກໍລະນີຫາກມີການນໍາສະເໜີຂໍ້ມູນທີ່ບໍ່ເປັນຄວາມຈິງ, ຂ້າພະເຈົ້າ/ພວກຂ້າພະເຈົ້າ ຂໍຮັບຜິດຊອບທັງໝົດແຕ່ພຽງຜູ້ດຽວສຳລັບທຸກຄ່າເສຍຫາຍທີ່ເກີດຂື້ນ, ລວມເຖິງການຖອນຕົນຈາກທຶນຊ່ວຍເຫຼືອ.