ຄວາມເຊື່ອໝັ້ນຂອງພວກເຮົາກໍ່ຄື ການເຮັດທຸລະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ ໃນ ສປປ ລາວ, ບັນດາທຸລະກິດຕ້ອງມີຄວາມອາດສາມາດໃນການແຂ່ງຂັນໃຫ້ຫຼາຍຂຶ້ນ. ດັ່ງນັ້ນ ເປົ້າໝາຍຂອງ ທສທ II ແມ່ນເພື່ອສະໜັບສະໜູນບັນດາບໍລິສັດ ລວມເຖິງ SMEs ທີ່ມີເງື່ອນໄຂ, ເພື່ອເພີ້ມຄວາມໄດ້ປຽບໃນການແຂ່ງຂັນຂອງພວກເຂົາ ເພື່ອກ້າວໄປສູ່ການຂະຫຍາຍຕົວ ຂອງທຸລະກິດ ທີ່ໃຫຍ່ຂຶ້ນ ແລະ ແບບຍືນຍົງ.

ການໃຫ້ຄໍາປຶກສາດ້ານທຸລະກິດ

ຈຸດປະສົງຂອງ ທສທ II ແມ່ນເພື່ອສະໜັບສະໜູນບັນດາບໍລິສັດເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພັດທະນາທັກສະ ແລະ ວິຊາການ ເພື່ອໃຫ້ກາຍເປັນບໍລິສັດທີ່ມີຄວາມອາດສາມາດໃນການແຂ່ງຂັນທັງພາຍໃນ, ພາກພື້ນ ແລະ ສາກົນ. ທສທ II ສະໜັບສະໜູນໂດຍການສະໜອງທຶນສົມທົບເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຈ້າງທີ່ປຶກສາດ້ານວິຊາການທີ່ແນ່ໃສ່ການເສີມຂະຫຍາຍຄວາມອາດສາມາດໃນການແຂ່ງຂັນ.

ນອກຈາກນີ້ ພວກເຮົາຍັງສະໜັບສະໜູນໂດຍການໃຫ້ຄໍາແນະນໍາເບື້ອງຕົ້ນກ່ຽວກັບແຜນຂະຫຍາຍທຸລະກິດຂອງທ່ານໂດຍບໍ່ຄິດຄ່າບໍລິການ ເພື່ອຊ່ວຍໃນການກຳນົດ ຄວາມຕ້ອງການດ້ານວິຊາການທີ່ຕິດພັນກັບທຸລະກິດເພື່ອໃຫ້ເກີດປະສິດທິພາບສູງສຸດ.

ທຶນສົມທົບ

ທສທ II ສະໜອງທຶນສົມທົບ 50% ຂອງມູນຄ່າການໃຊ້ບໍລິການດ້ານວິຊາການສະເພາະດ້ານ ຫຼື “ການບໍລິການທາງດ້ານການພັດທະນາທຸລະກິດ” ທີ່ເປັນຄວາມຕ້ອງການຂອງບໍລິສັດໃດໜຶ່ງ ເພື່ອສ້າງຄວາມອາດສາມາດໃນການແຂ່ງຂັນ ແລະ ການຂະຫຍາຍຕົວຂອງທຸລະກິດ.

ຕົວຢ່າງ ປະເພດການຊ່ວຍເຫຼືອທາງດ້ານວິຊາການ ທີ່ ທສທ II ສົມທົບທຶນ ລວມມີ:

• ການສ້າງມາດຕະຖານດ້ານຄຸນນະພາບທີ່ຈໍາເປັນເພື່ອໃຫ້ເຂົ້າເຖິງແຫຼ່ງຕະຫຼາດໃໝ່ ຫຼື ດຶງດູດລູກຄ້າໃໝ່.
• ການສ້າງແນວທາງການບໍລິຫານແບບມີຍຸດທະສາດ ແລະ ວິຊາການ ທີ່ຕິດພັນກັບຂະແໜງການທຸລະກິດທີ່ທ່ານດຳເນີນຢູ່.
• ຍົກລະດັບລະບົບຂໍ້ມູນຂ່າວສານ ແລະ ລະບົບການເຮັດວຽກພາຍໃນຂອງບໍລິສັດ.
• ການປັບປຸງລະບົບການຜະລິດໃຫ້ມີປະສິດທິພາບ ແລະ ມີຄວາມອາດສາມາດໃນການແຂ່ງຂັນ.
• ການປັບປຸງ ຍີ່ຫໍ້ສິນຄ້າ (branding) ແລະ ການຕະຫຼາດ.
• ການສ້າງການເຊື່ອມໂຍງເຂົ້າເຖິງຕະຫຼາດ ແລະ ການສົ່ງເສີມການສົ່ງອອກທີ່ດີກວ່າເກົ່າ.
• ການພັດທະນາສິນຄ້າ ຫຼື ການບໍລິການ ເພື່ອຫຼຸດຜ່ອນຄວາມຈໍາເປັນໃນການນໍາເຂົ້າ.
• ການນໍາໃຊ້ແນວຄິດທີ່ເປັນນະວັດນະຕະກຳໃໝ່ເຂົ້າໃນການດຳເນີນທຸລະກິດ, ສິນຄ້າ ຫຼື ການບໍລິການ.

ວິດີໂອ ແນະນໍາຮູບແບບການຊ່ວຍເຫຼືອຂອງໂຄງການ BAF II ໃຫ້ແກ່ພາກທຸລະກິດເອກະຊົນ

ໃຫ້ພວກເຮົາຊ່ວຍໃນການຂະຫຍາຍທຸລະກິດຂອງທ່ານ


ລົງທະບຽນທີ່ນີ້

ໝາຍເຫດ: ການບໍລິການໃຫ້ຄໍາປຶກສາຂອງທີມງານ ທສທ II ແມ່ນເປັນການບໍລິການຟີຣ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ. ນອກຈາກນີ້ການສະມັກຂໍທຶນສົມທົບທຸກຂະບວນການຂອງການສະມັກກໍ່ຟຣີ ບໍ່ມີຄ່າໃຊ້ຈ່າຍໃດໆເຊັ່ນດຽວກັນ. ຖ້າຫາກມີບໍລິສັດໃດ ຫຼື ບຸກຄົນໃດ ອ້າງອີງວ່າເປັນຕົວແທນຂອງໂຄງການ ທສທ II, ຫຼື ອ້າງວ່າຈະຊ່ອຍສະໝັກເອົາທຶນເພາະມີສາຍສໍາພັນກັບທີມງານ ທສທ II ແລະ ຮຽກຮ້ອງໃຫ້ຈ່າຍເງິນ, ກະລຸນາແຈ້ງພວກເຮົາທັນທີ່. ລາຍລະອຽດຊ່ອງທາງການຕິດຕໍ່ທີມງານພວກເຮົາແມ່ນໄດ້ລະບຸໄວ້ໃນໜ້າ ຕິດຕໍ່ ພວກເຮົາ ຂອງເວັບໄຊນີ້.

BAF II ມີກົນໄກການແກ້ໄຂການຮ້ອງທຸກ ' (ຫຼື GRM) ສໍາລັບ ຜູ້ທີ່ມີຄວາມຕ້ອງການ ຢາກສົ່ງຄໍາຮ້ອງທຸກ ຫຼື ມີສິ່ງທີ່ກັງວົນ ກ່ຽວກັບ BAF II, ເຊິ່ງຄໍາຮ້ອງຈະຖືກສອບສວນທັນທີທີ່ໄດ້ຮັບ. ຖ້າ​ຫາກ​ວ່າ​ທ່ານ​ຕ້ອງ​ການ​ທີ່​ຈະ​ສົ່ງ​ຄໍາ​ຮ້ອງທຸກ ​ຫຼື​ຄວາມກັງວົນ​​, ກະ​ລຸ​ນາ​ຕື່ມ​ຂໍ້​ມູນ​ໃສ່​ປ່ອງ​ຂ້າງ​ລຸ່ມ​ນີ້​ ແລ້ວ ​ກົດ​ສົ່ງ​. ການໃສ່ຊື່ ແລະ ອີເມວ ຂອງທ່ານ ແມ່ນເປັນທາງເລືອກທີ່ຈະໃສ່ ຫຼື ບໍ່ໃສ່ກໍ່ໄດ້ຖ້າບໍ່ຕ້ອງການເປີດເຜີຍ. ແຕ່ຖ້າຫາກທ່ານຕ້ອງການ ການຕອບກັບ, ກະລຸນາບອກຊ່ອງທາງທີ່ພວກເຮົາສາມາດຕິດຕໍ່ກັບທ່ານໄດ້. ກະລຸນາຮັບຊາບວ່າ ສໍາລັບຜູ້ໄດ້ຮັບທຶນ BAF II ຖ້າບໍ່ພໍໃຈຕໍ່ການບໍລິການໃນການຂໍທຶນ, ພວກທ່ານສາມາດໄປທີ່ ທາງລຸ່ມຂອງຫນ້າ 'ການບໍລິການ' ຂອງເວັບໄຊ ເຊິ່ງໄດ້ອະທິບາຍວິທີການ ແລະ ຂັ້ນຕອນທີ່ບໍລິສັດໄດ້ຮັບທຶນສາມາດສົ່ງຄໍາຕໍານິກ່ຽວກັບການບໍລິການຂອງ BAF II.